ກອງປະຊຸມສະຫລຸບໄຕມາດທີ່3 ແລະ ວາງແຜນການປະຈຳໄຕມາດ4 ຂອງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ຄັ້ງວັນທີ່13ຕຸລາ 2023.

ເປີດກອງປະຊຸມຄັ້ງນີ້ ແມ່ນ ເພື່ອປຶກສາຫາລືຄະນະບໍລິຫານ;ວາງແຜນການຈັດຕັ້ງປະຕິບັດວຽກງານຕ່າງໆ,ທຸກໆບໍລິສັດປະເມີນ ແມ່ນໄດ້ສົ່ງບົດລາຍງານການເຄື່ອນໄຫວທຸລະກິດປະຈຳໄຕມາດ2ໃຫ້ກັບຊົມລົມແລະ ສຄຄຊ ເປັນປົກກະຕິແລະ ແຕ່ລະບໍລິສັດຍັງໄດ້ມອບເງິນສະຖິດຕິປະຈຳໄຕມາດໃຫ້ຊົມລົມເພື່ອຫມູໃຊ້ວຽກງານ.

ທິດທາງແຜນການໃນໄຕມາດlV (10+11+12) ປີ2023ນີ້ ແມ່ນສຶບຕໍ່ວຽກງານທີ່ຍັງຄົງຄ້າງໄຕມາດທີ່ຜ່ານມາແລະວຽກງານໃນໄຕມາດນີ້, ສືບຕໍ່ເລັ່ງຫຼັກສູດແລະ ພົວພັນກັບພາກສວ່ນທີ່ກ່ຽວຂອ້ງ ເພື່ອເປີດຊຸດເຝີກອົບຮົມໃຫ້ພະນັກງານບໍລິສັດ;ພະນັກງານທະນາຄານສ້າງແຫຼ່ງລາຍຮັບໃຫ້ຊົມລົມ,ສ້າງແຜນການຊູກຍູ້ ແລະຜັກດັນໃຫ້ຊົມລົມໃຫ້ມີການຂະຫຍາຍໂຕ;ສ້າງນິຕິກຳຈັນຍາບັນຂອງຜູ້ປະເມີນໃຫ້ເປັນພື້ນຖານອອກຮັບໃຊ້ຊົມລົມ.

ທ້າຍນີ້ ສືບຕໍ່ວຽກງານທີ່ທີ່ຍັງວຽກງານທີ່ຍັງຄົງຄ້າງ ແລະດຳເນີນວຽກງານທີ່ວາງຕາມທິດທາງແຜນການໃນໄຕມາດ4ເພື່ອກະກຽມສະຫຼຸບໄຕມາດປະຈຳປີ ຂອງ2023 ແລະ ສ້າງແຜນການປະຈຳປີຂອງ2024ໃນຕໍ່ໜ້າ.